WPFD Statement: Laotian
ວັນເສລີພາບສື່ມວນຊົນໂລກ
ຖະແຫຼງການໂດຍ Michelle Bachelet ຈາກ
ອົງການຂ້າຫຼວງໃຫຍ່ຂອງສະຫະປະຊາຊາດເພື່ອສິດທິມະນຸດ
3 ພຶດສະພາ 2021
ຄວາມເສລີ, ການບໍ່ປິດກັ້ນ ແລະ ຄວາມເປັນເອກະລາດຂອງສື່ມວນຊົນຖືແມ່ນພື້ນຖານອັນສຳຄັນໃຫ້ແກ່ສັງຄົມປະຊາທິປະໄຕ. ວຽກງານດັ່ງກ່າວສາມາດສົ່ງຕໍ່ຂໍ້ມູນທີ່ສຳຄັນແກ່ຊີວິດໃນໄລຍະເກີດວິກິດການ; ສະໜອງພື້ນຖານດ້ານການມີສ່ວນຮ່ວມຂອງປະຊາຊົນ; ແລະ ຊ່ວຍຮັບປະກັນຄວາມຮັບຜິດຊອບ ແລະ ການເຄົາລົບຕໍ່ສິດທິມະນຸດ.
ວັນເສລີພາບສື່ມວນຊົນໂລກ ແມ່ນໂອກາດໃນການສະເຫຼີມສະຫຼອງວຽກງານທີ່ເປັນພື້ນຖານອັນສຳຄັນນີ້. ໂດຍສະເພາະມື້ນີ້ແມ່ນວາລະຄົບຮອບ 30 ປີຂອງ ຖະແຫຼງການ Windhoek, ທີ່ກຸ່ມນັກຂ່າວອາຟຣິກກາໄດ້ກຳນົດຫຼັກການສຳຄັນດ້ານເສລີພາບສື່ມວນຊົນຂຶ້ນມາ.
ເຖິງວ່າຈະມີບົດບາດສູງ, ແຕ່ນັກຂ່າວຍັງຄົງຕ້ອງໄດ້ພົບພໍ້ກັບການຖືກໂຈມຕີ, ໄຟນາບຂູ່, ການລ່ວງລະເມີດ ແລະ ການຟ້ອງຮ້ອງຄະດີທາງອາຍາຢູ່ເປັນປະຈຳ ແລະ ເພີ່ມຂຶ້ນເລື້ອຍໆ ຍ້ອນວຽກງານຂອງພວກເຂົາ. ມີໂຕເລກທີ່ສະແດງໃຫ້ເຫັນເຖິງອັດຕາທີ່ໜ້າຕົກໃຈກ່ຽວກັບຄວາມຮູນແຮງຕໍ່ເພດທີ່ມີຕໍ່ນັກຂ່າວແມ່ຍິງ, ລວມທັງການລ່ວງລະເມີດທາງເພດ ແລະ ການຄຸກຄາມທາງອອນລາຍ.
ນັກຂ່າວ ແລະ ສື່ມວນຊົນທີ່ເສຍຊີວິດໃນຊ່ວງທົດສະວັດທີ່ຜ່ານມາມີຈຳນວນເກືອບພັນຄົນ. ຈຳນວນການຖືກໂຈມຕີ, ທີ່ມາຈາກອົງກອນພາກລັດ, ກຸ່ມ ຫຼື ອາດຊະຍາກອນຕິດອາວຸດ, ແມ່ນມີຄວາມອຸກອາດພໍໆກັບການຖືກລະເລີຍຕໍ່ສິ່ງທີ່ພວກເຂົາຕ້ອງປະເຊີນ.
ມີກໍລະນີໜ້ອຍຫຼາຍທີ່ຜູ້ກະທຳຜິດຈະໄດ້ຖືກຟ້ອງຮ້ອງ ແລະ ຖືກດຳເນີນຄະດີ ເຊິ່ງມັກຈະຕ້ອງໄດ້ໃຊ້ເວລາຜ່ານຂະບວນການໄຕ່ສວນຄະດີຫຼາຍປີ ແລະ ມັກຈະສົ່ງຜົນກະທົບຮຸນແຮງຕໍ່ຄອບຄົວຂອງຜູ້ເຄາະຮ້າຍນຳອີກ.
ການທີ່ຜູ້ກະທຳຜິດມັກຈະບໍ່ໄດ້ຖືກລົງໂທດຢ່າງເດັດຂາດໄດ້ກໍ່ໃຫ້ເກີດຄວາມຮຸນແຮງ ແລະ ສະພາບການທີ່ໜ້າຢ້ານກົວຊ້ຳໆຕໍ່ກັບສື່ມວນຊົນ, ຄອບຄົວຂອງພວກເຂົາ ແລະ ສັງຄົມໂດຍລວມ.
ວິກິດການດ້ານ ພະຍາດໂຄວິດ-19 ໄດ້ເຮັດໃຫ້ເຫັນໄດ້ຢ່າງຈະແຈ້ງວ່າຜູ້ທີ່ລາຍງານຂ່າວທີ່ສຳຄັນກ່ຽວກັບນະໂຍບາຍ ຫຼື ບຸກຄົນສຳຄັນຂອງລັດຖະບານແມ່ນມັກຈະຖືກຟ້ອງຮ້ອງຄະດີທັງໝົດ. ກົດໝາຍທີ່ຖືກຮັບຮອງ ຫຼື ນຳໃຊ້ເຂົ້າໃນການຈຳກັດ ແລະ ການໃສ່ໂທດຕໍ່ການເຜີຍແຜ່ຂ່າວສານທີ່ບິດເບືອນໃນຊ່ວງເກີດການລະບາດກໍ່ໄດ້ຖືກນຳໃຊ້ໂດຍລັດຕ່າງໆໂດຍແນໃສ່ນັກຂ່າວເປັນຫຼັກ.
ໃນທົ່ວໂລກ, ໄດ້ມີຜູ້ຄົນອອກມາປະທ້ວງຕາມຖະໜົນຫຼາຍຂຶ້ນ ເພື່ອຮຽກຮ້ອງສິດດ້ານເສດຖະກິດ ແລະ ສັງຄົມຂອງພວກເຂົາ, ລວມທັງຕ້ອງການໃຫ້ຢຸດເຊົາການເລືອກປະຕິບັດ ແລະ ການແບ່ງແຍກດ້ານເຊື້ອຊາດຢ່າງເປັນລະບົບ, ການລະເວັ້ນໂທດ, ແລະ ການສໍ້ລາດບັງຫຼວງ. ນັກຂ່າວທີ່ປະຕິບັດໜ້າທີ່ພື້ນຖານຂອງພວກເຂົາໃນການລາຍງານການປະທ້ວງທາງສັງຄົມເຫຼົ່ານີ້ໄດ້ຕົກເປັນເປົ້າໝາຍຂອງຄວາມຮຸນແຮງ. ຫຼາຍຄົນກາຍເປັນຜູ້ເຄາະຮ້າຍຈາກການບັງຄັບໃຊ້ກຳລັງຕາມກົດໝາຍ, ການຈັບກຸມຕາມອຳເພີໃຈ, ແລະ ການຟ້ອງຮ້ອງທາງອາຍາທີ່ບໍ່ຈຳເປັນ ແລະ ບໍ່ສົມເຫດສົມຜົນ.
ການໂຈມຕີ, ການຈັບກຸມ ແລະ ການຟ້ອງຮ້ອງຄະດີທາງອາຍາຕໍ່ນັກຂ່າວໄດ້ສົ່ງຜົນເພີ່ມຕື່ມຕໍ່ການຢຸດຢັ້ງບໍ່ໃຫ້ນັກຂ່າວລາຍງານຂ່າວທີ່ສຳຄັນກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງ. ດ້ວຍເຫດນີ້, ການກະທຳທີ່ກ່າວມາຂ້າງເທິງຈຶ່ງແມ່ນສິ່ງທີ່ກີດຂວາງການສະແດງອອກຂອງປະຊາຊົນ ແລະ ເຮັດໃຫ້ພວກເຮົາບໍ່ສາມາດຕອບໂຕ້ຕໍ່ບັນຫາທ້າທາຍທາງສັງຄົມ, ລວມທັງການແຜ່ລະບາດຂອງ ພະຍາດໂຄວິດ-19, ໄດ້ຢ່າງມີປະສິດທິພາບ.
ວຽກງານຂອງນັກຂ່າວ ແລະ ສື່ມວນຊົນແມ່ນມີຄວາມສຳຄັນຕໍ່ການຟື້ນຟູຄືນໃໝ່ຂອງໂລກຈາກຜົນເສຍຫາຍທີ່ເກີດຈາກວິກິດການໃນຄັ້ງນີ້. ການລາຍງານຂ່າວທີ່ຢູ່ບົນພື້ນຖານຄວາມເປັນຈິງ, ຄວາມໜ້າເຊື່ອຖື ແລະ ມີການກວດສອບຄວາມຖືກຕ້ອງແມ່ນວິທີໃນການຕອບໂຕ້ຕໍ່ຂ່າວບິດເບືອນ; ຊ່ວຍຮັບປະກັນວິທີແກ້ໄຂບັນຫາທີ່ມີຄວາມທົນທານ ແລະ ຍືນຍົງໃຫ້ແກ່ບັນຫາທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ; ຊ່ວຍຮຽກຮ້ອງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ; ຊ່ວຍສົ່ງເສີມຄວາມໜ້າເຊື່ອຖືໃຫ້ແກ່ສະຖາບັນຕ່າງໆ.
ການປະກອບສ່ວນຕໍ່ຊີວິດການເປັນຢູ່ທີ່ດີຂອງມະນຸດ, ຂໍ້ມູນທີ່ຖືກຕ້ອງແມ່ນສິນຄ້າສາທາລະນະ. ການປິດກັ້ນສຽງຂອງນັກຂ່າວແມ່ນການສ້າງຄວາມເສຍຫາຍໃຫ້ແກ່ສັງຄົມໂດຍລວມ.
ເພື່ອເປັນການສະເຫຼີມສະຫຼອງຄວາມກ້າຫານຂອງນັກຂ່າວຕໍ່ເຈດຈຳນົງອັນເຂັ້ມແຂງຂອງພວກເຂົາໃນການສະໜອງຂ່າວສານໃຫ້ແກ່ສັງຄົມ, ພວກເຮົາຕ້ອງຮຽກຮ້ອງໃຫ້ສິດທິຂອງພວກເຂົາໄດ້ຮັບການເຄົາລົບ, ການປົກປ້ອງ ແລະ ການປະຕິບັດຢ່າງເຕັມທີ່.